ປະຊາຊົນໄດ້ຮັບການການຊ່ວຍເຫຼືອ ເພື່ອກຽມຄວາມພ້ອມໃນການຮັບມືໄພແຫ້ງແລ້ງລ່ວງໜ້າ/ Lao villagers receive Drought Resistant Rice Seeds and Community Training on Drought Mitigation Techniques

ປະຊາຊົນໄດ້ຮັບການການຊ່ວຍເຫຼືອ ເພື່ອກຽມຄວາມພ້ອມໃນການຮັບມືໄພແຫ້ງແລ້ງລ່ວງໜ້າ

ໃນລະຫວ່າງວັນທີ 21-31 ພຶດສະພາ 2024 ອົງການອາຫານ ແລະ ການກະເສດ ແຫ່ງສະຫະປະຊາຊາດ FAO ກໍ່ຄືໂຄງການສ້າງຂີດຄວາມສາມາດ ແລະ ເພີ່ມທະວີການຄາດຄະເນການວາງແຜນລ່ວງໜ້າ ໂດຍຜ່ານລະບົບການປົກປ້ອງສັງຄົມ ໄດ້ລົງແຈກຢາຍແນວພັນເຂົ້າທີ່ທົນທານຕໍ່ໄພແລ້ງ ໃຫ້ແກ່ 02 ແຂວງເປົ້າໝາຍ ຄື: ແຂວງສະຫວັນນະເຂດ ແລະ ແຂວງຫຼວງພະບາງ, ໂດຍມີຈຸດປະສົງ ເພື່ອຫຼຸດຜ່ອນຜົນກະທົບ ທີ່ຄາດວ່າຈະເກີດຂຶ້ນຈາກໄພແຫ້ງແລ້ງ ແລະ ສົ່ງຜົນເສຍຫາຍຕໍ່ຜົນຜະລິດທາງດ້ານກະສິກຳ, ການຄ້ຳປະກັນທາງດ້ານສະບຽງອາຫານ ແລະ ລາຍຮັບຂອງປະຊາຊົນ ໃນບ້ານເປົ້າ   ໝາຍທີ່ມີຄວາມສ່ຽງຕໍ່ໄພແຫ້ງແລ້ງ.

ໂຄງການ ໄດ້ແຈກຢາຍແນວພັນເຂົ້າໄຮ່ ທີ່ທົນທານຕໍ່ໄພແຫ້ງແລ້ງ (ລາບຸນ) ຈຳນວນ 650 ກິໂລກຼາມ ໃຫ້ປະຊາ ຊົນບ້ານໜອງຄຳ, ເມືອງປາກແຊງ ແລະ ບ້ານສົບເຈຍ, ເມືອງໂພນໄຊ, ແຂວງຫຼວງພະບາງ ຈຳນວນ 60 ຄົວເຮືອນ (10 ກິໂລກຼາມ/ຄອບຄົວ).

ສໍາລັບ ແນວພັນເຂົ້ານາທີ່ທົນທານຕໍ່ໄພແຫ້ງແລ້ງ (ເຊບັ້ງໄຟ 4) ຈຳນວນ 32,000 ກິໂລກຼາມ ໄດ້ແຈກຢາຍໃຫ້ປະຊາຊົນ ໃນແຂວງສະຫວັນນະເຂດລວມມີ: ບ້ານດົງໝາກໄພ, ດ້າງສະຫວັນ, ແກ້ງໂພສີ, ນາເຮືອງ ແລະ ນາຊຽງຄານ, ເມືອງໄຊບູລີ; ບ້ານອະຫໍ ລຳບຽດ, ກະລືມວັງແຂ້, ກະທອງໄຊ ແລະ ບ້ານຄຳປ່າແໜ, ເມືອງຊົນນະບູລີ; ບ້ານປະງ່າ, ເຊໂປນເກົ່າ ແລະ ບ້ານດົງໃຫຍ່, ເມືອງເຊໂປນ   ແລະ ໃນແຂວງຫຼວງພະບາງລວມມີ: ບ້ານຝັ່ງລານ, ເມືອງປາກແຊງ, ບ້ານຫ້ວຍໂນະ, ຫົວເມືອງ ແລະ ບ້ານສົບເຈຍ, ເມືອງໂພນໄຊ; ບ້ານປາກແວດ, ໂພນໄຊ, ສວນຫຼວງ ແລະ ບ້ານຖິ່ນແກ້ວ, ເມືອງຊຽງເງິນ,  ຈຳນວນ 1,734 ຄົວເຮືອນ (15 ກິໂລກຼາມ/ຄອບ ຄົວ).

ເພື່ອເປັນການສ້າງຄວາມເຂັ້ມແຂງໃຫ້ກັບປະຊາຊົນ ໂຄງການຍັງໄດ້ຝຶກອົບຮົມ ກ່ຽວກັບເຕັກນິກວິຊາການຮັບມືກັບໄພແຫ້ງແລ້ງໃນຂະແໜງກະສິກຳ ຄຽງຄູ່ກັບການແຈກຢາຍແນວພັນເຂົ້າ ລວມທັງໝົດ 11 ຫົວຂໍ້ ຄື: 1. ບັນຫາ, ຂໍ້ຈຳກັດ ແລະ ຜົນກະທົບ ຂອງການປ່ຽນແປງສະພາບດິນຟ້າອາກາດ ຕໍ່ກັບການຜະລິດກະສິກຳໃນ ສປປ ລາວ; 2. ການຄາດຄະເນນໍ້າທີ່ມີໃນລະດູການ ແລະ ກຳນົດພື້ນທີ່ຄວາມສ່ຽງ ໂດຍນຳໃຊ້ແບບຈຳລອງ; 3. ເຕັກນິກການປູກເຂົ້ານາທີ່ທົນທານຕໍ່ສະພາບແຫ້ງແລ້ງ; 4. ເຕັກນິກການປູກເຂົ້າໄຮ່ ທີ່ທົນທານຕໍ່ສະພາບແຫ້ງແລ້ງ; 5. ເຕັກນິກການປູກພືດແບບປະສົມປະສານໃນພື້ນທີ່ຄ້ອຍຊັນ; 6. ເຕັກນິກປູກພືດຕະກຸນຖົ່ວ ພາຍໃຕ້ສະພາບແຫ້ງແລ້ງ (ຖົ່ວເຫຼືອງ ແລະ ຖົ່ວຂຽວ); 7. ເຕັກນິກການປູກພືດຜັກ ພາຍໃຕ້ສະພາບແຫ້ງແລ້ງ; 8. ເຕັກນິກການປູກໄມ້ໃຫ້ໝາກ ໃນສະພາບດິນຟ້າອາກາດປ່ຽນແປງ; 9 ການສ້າງຂຸມສະສົມອາຫານສໍາລັບພືດປູກ ແລະ ການນຳໃຊ້ຈຸລິນຊີ ເພື່ອຍ່ອຍສະຫຼາຍທາດອາຫານໃນພືດ; 10. ການຈັດການນໍາຊົນລະປະທານແບບເໝາະສົມ ແລະ 11. ການສ້າງທະນາຄານໃຕ້ດິນ. ໂດຍຄູຝຶກໃນແຕ່ລະເມືອງ ໄດ້ຄັດເລືອກເອົາ 3 – 6 ຫົວຂໍ້ ທີ່ເຫັນວ່າເໜາະສົມກັບເງື່ອນໄຂ ແລະ ສະພາບຂອງແຕ່ລະທ້ອງຖິ່ນ ສໍາລັບການຝຶກອົບຮົມຂັ້ນບ້ານ. ທັງໝົດນີ້ ກໍ່ເພື່ອເປັນການຮັບມືກັບໄພແຫ້ງແລ້ງທີ່ອາດຈະເກີດຂຶ້ນ ໃນໄລະທີ 1 ຂອງແຜນຮັບມືໄພພິບັດລ່ວງໜ້າ (ໄລຍະເດືອນເມສາ ຫາ ເດືອນມິຖຸນາ) ແລະ ເພື່ອແນໃສ່ໃຫ້ຜູ້ທີ່ໄດ້ຮັບຜົນປະໂຫຍດ ຂອງໂຄງການມີຄວາມຮູ້ ແລະ ຄວາມເຂົ້າໃຈ ໃນການກຽມຄວາມພ້ອມເພື່ອຮັບມືກັບໄພແຫ້ງແລ້ງລ່ວງໜ້າ ແລະ ຫຼຸດຜ່ອນຜົນກະທົບທີ່່ອາດຈະເກີດຂຶ້ນ.

Droughtresistant rice seedlings and training on drought mitigation techniques are given to Lao farmers.

In Savannakhet and Luang Prabang, 32,650 kg of drought-resistant rice seeds were distributed under the Drought Anticipatory Action Protocol.

27 31 May 2024, Luang Prabang and Savannakhet The Food and Agriculture Organization of the United Nations (FAO) in the Lao People’s Democratic Republic, in partnership with the Ministry of Labour and Social Welfare (MoLSW), distributed 32,650 kilograms of drought-resistant rice seeds in Savannakhet and Luang Prabang. As a result of this, farmers received improved rice varieties, developed by the government’s Rice and Cash Crop Research Centre, which are designed to significantly increase yields and withstand various adverse conditions, including drought. Alongside this, the training sessions on drought mitigation techniques were provided. These activities aimed to prepare for potential droughts and mitigate their effects, targeting 1,794 households across 30 drought-prone villages in six districts within the two provinces.

FAO team worked closely with the Ministry of Agriculture and Forestry (MAF) to create a training curriculum on drought mitigation techniques. This collaboration aimed to equip project participants with the knowledge needed to lessen the impact of drought on their agricultural livelihoods. The training emphasized practical techniques that farmers could easily apply in their fields, with each district receiving a community training program tailored to its specific conditions. Beneficiaries learned how to manage their crops during droughts and improve their water management techniques, focusing on methods for cultivating both lowland and upland rice under drought conditions through the concept of Anticipatory Action.

News by: MAF Media Team

#### 📸📹🎥📽️ 📼📷#####

ທ່ານສາມາດ ຕິດຕາມຂ່າວສານຜ່ານທາງ

#Follow us at: https://web.facebook.com/ຂ່າວສານກະສິກຳປ່າໄມ້-ແລະ-ພັດທະນາ-ຊົນນະບົດ-103875801434608

#SubCribe us at: https://www.youtube.com/channel/UCvv_AnV6UyRl8-yYbptrifg

Official Website :www.maf.gov.la

#ໂທລະພາບແຫ່ງຊາດລາວຊ່ອງ1 ແລະ ຊ່ອງ 3

ອອກອາກາດທາງໂທລະພາບແຫ່ງຊາດ ຊ່ອງ 1:

– ວັນພະຫັດ ພາກຄໍ່າ ເວລາ 17:45-18:15 ໂມງ;

– ວັນສຸກ ພາກເຊົ້າ ເວລາ 10:25-10:55 ໂມງ;

– ວັນອາທິດ ພາກເຊົ້າ ເວລາ 09:15-09:45 ໂມງ.

ອອກອາກາດທາງໂທລະພາບແຫ່ງຊາດ ຊ່ອງ 1:

– ວັນອາທິດ ພາກເຊົ້າ ເວລາ 06:30-07:00 ໂມງ,ພາກແລງ ເວລາ 13:10-13:40 ໂມງ ແລະ

ພາກເດິກ ເວລາ 21:25-21:55 ໂມງ.

 

 

 

 

 

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ