ທ່ານລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ຕ້ອນຮັບການເຂົ້າຢ້ຽມຢາມພົບປະ ຂອງຄະນະຜູ້ແທນກໍາມາທິການສະຫະພາບເອີຣົບ
ທ່ານລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ຕ້ອນຮັບການເຂົ້າຢ້ຽມຢາມພົບປະ ຂອງຄະນະຜູ້ແທນກໍາມາທິການສະຫະພາບເອີຣົບ
ໃນອາທິດທີ່ຜ່ານມານີ້, ທ່ານ ປອ ເພັດ ພົມພີພັກ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມ ຢາມພົບປະ ຂອງ ທ່ານ ນາງ ເຮວເກ໋ ຊາຍເຮີ ຫົວໜ້າຝ່າຍເຈລະຈາ ແຜນງານການບັງຄັບໃຊ້ກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ (FLEGT), ພ້ອມດ້ວຍຄະນະຜູ້ແທນຄະນະກໍາມາທິການສະ ຫະພາບເອີຣົບ ສໍານັກງານໃຫຍ່.
ຈຸດປະສົງ ຂອງການມາຢ້ຽມຢາມພົບປະໃນຄັ້ງນີ້ ເພື່ອປຶກສາຫາລື ການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ (FLEGT) ແລະ ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA), ລະບຽບການໃໝ່ຂອງສະຫະພາບເອີຣົບ ກ່ຽວກັບຜະລິດຕະພັນທີ່ບໍ່ທຳລາຍປ່າໄມ້ ແລະ ຜົນປະ ໂຫຍດແກ່ ສປປ ລາວ.
ທ່ານ ນາງ ເຮວເກ໋ ຊາຍເຮີ ໄດ້ລາຍງານໃຫ້ຮູ້ກ່ຽວກັບ: ການເຂົ້າພົບປະກັບລັດຖະບານ ແຫ່ງ ສປປ ລາວພາກເອກະຊົນ, ຄູ່ຮ່ວມພັດທະນາ ແລະ ການລົງໄປຢ້ຽມຢາມທ້ອງຖິ່ນ ເພື່ອຮຽນຮູ້ກ່ຽວກັບບັນດາເງື່ອນໄຂໃນການຮັບປະກັນ ການຜະລິດແບບຍືນຍົງ, ລວມທັງວິທີການເຮັດວຽກກັບຊຸມຊົນ ແລະ ຕິດຕາມການກວດສອບທາງດ້ານກົດຫມາຍ, ຕ່ອງໂສ້ມູນຄ່າການຜະລິດກາ ເຟ, ໄມ້ ແລະ ຢາງພາລາ. ນອກຈາກນີ້, ຍັງໄດ້ລາຍງານກ່ຽວກັບ ການຈັດຕັ້ງປະຕິບັດວຽກງານບັນດາໂຄງການຕ່າງໆ ທີ່ທາງສະຫະ ພາບເອີຣົບ ໄດ້ໃຫ້ການສະໜັງສະໜູນກະຊວງກະສິກໍາ ແລະ ປ່າໄມ້ ເປັນຕົ້ນແມ່ນການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ (FLEGT) ແລະ ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA).
ໃນໂອກາດດັ່ງກ່າວ, ທ່ານລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ໄດ້ກ່າວຄວາມຂອບໃຈມາຍັງສະ ຫະພາບເອີຣົບ ທີ່ໄດ້ໃຫ້ການສະໜັບສະໜູນ ກະຊວງກະສິກໍາ ແລະ ປ່າໄມ້ ຕະຫຼອດມາ ແລະ ທ່ານຂໍໃຫ້ທາງສະຫະພາບເອີຣົບ ສະໜັບສະໜູນ ສປປ ລາວ ເວົ້າລວມ, ເວົ້າສະເພາະ ກໍ່ຄືກະຊວງກະສິກຳ ແລະ ປ່າໄມ້ ຕໍ່ໄປ.