ຄະນະກຳມະການແຫ່ງຊາດວ່າດ້ວຍການຄວບຄຸມເຊື້ອຈຸລະຊີບທີ່ຕ້ານຕໍ່ຢາ ເນັ້ນໜັກຄວາມຄືບໜ້າ ຂອງການແກ້ໄຂບັນຫາເຊື້ອຈຸລະຊີບຕ້ານຕໍ່ຢາ (AMR) ໃນ ສປປ ລາວ/National Antimicrobial Resistance Committee highlights progress in addressing AMR in Lao PDR

#ຄະນະກຳມະການແຫ່ງຊາດວ່າດ້ວຍການຄວບຄຸມເຊື້ອຈຸລະຊີບທີ່ຕ້ານຕໍ່ຢາ ເນັ້ນໜັກຄວາມຄືບໜ້າ ຂອງການແກ້ໄຂບັນຫາເຊື້ອຈຸລະຊີບຕ້ານຕໍ່ຢາ (AMR) ໃນ ສປປ ລາວ#

ແຂວງວຽງຈັນ ວັນທີ 03-04 ຕຸລາ 2024 – ຄະນະກໍາມະການແຫ່ງຊາດວ່າດ້ວຍການຄວບຄຸມເຊື້ອຈຸລະຊີບຕ້ານຕໍ່ຢາ (AMR) ໄດ້ຈັດກອງປະຊຸມທົບທວນຄືນ ເປັນເວລາ 2 ວັນ ລະຫວ່າງວັນທີ 3-4 ຕຸລາ 2024 ທີ່ເມືອງວັງວຽງ, ແຂວງວຽງຈັນ, ໂດຍການເຂົ້າຮ່ວມຂອງບັນດາພາກສ່ວນກ່ຽວຂ້ອງທີ່ສຳຄັນໃນການແກ້ໄຂບັນຫາ AMR ຢູ່ ສປປ ລາວ. ກອງປະຊຸມປະຈຳປີຄັ້ງນີ້ໄດ້ເຜີຍແຜ່ຄວາມຄືບໜ້າ ແລະ ໄດ້ເຫັນດີເປັນເອກະພາບກ່ຽວກັບບາດກ້າວຕໍ່ໄປເພື່ອເລັ່ງສ້າງຄວາມຄືບໜ້າ, ລວມທັງ ການປັບປຸງແຜນຍຸດທະສາດແຫ່ງຊາດກ່ຽວກັບ AMR ໄລຍະຊຸມປີ 2025-2030.

ສປປ ລາວ ໄດ້ມີຄວາມຄືບໜ້າອັນໃຫຍ່ຫຼວງ ໃນການເສີມສ້າງລະບົບແຫ່ງຊາດ ເພື່ອແກ້ໄຂບັນຫາ AMR, ເຊິ່ງພົ້ນເດັ່ນທີ່ສຸດ ແມ່ນການສ້າງຕັ້ງຄະນະກຳມະການ AMR ໃນປີ 2015. ໂດຍໄດ້ຮັບການສະໜັບສະໜູນຈາກອົງການອະນາໄມໂລກ (WHO) ແລະ ອົງການອາຫານ ແລະ ການກະເສດ ແຫ່ງ ສະຫະປະຊາຊາດ (FAO), ກອງປະຊຸມປຶກສາຫາລືກັບບັນດາພາກສ່ວນກ່ຽວຂ້ອງໄດ້ຖືກຈັດຂຶ້ນຫຼາຍຄັ້ງ, ແລະ ໃນທີ່ສຸດ ແຜນຍຸດທະສາດແຫ່ງຊາດກ່ຽວກັບ AMR ຢູ່ ສປປ ລາວ ສໍາລັບຊຸມປີ 2019-2023 ກໍໄດ້ຮັບການພັດທະນາຂຶ້ນ ແລະ ຮັບຮອງໂດຍລັດຖະມົນຕີກະຊວງສາທາລະນະສຸກ ແລະ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້.

ໃນກອງປະຊຸມປະຈຳປີນີ້, ທ່ານ ດຣ. ພອນປະດິດ ສັງໄຊຍະຍາລາດ, ປະທານຄະນະກຳມະການ AMR ແຫ່ງຊາດ, ໄດ້ຍົກໃຫ້ເຫັນຄວາມສຳຄັນຂອງການທົບທວນໃນປີນີ້, ເຊິ່ງຈະເປັນພື້ນຖານໃນການປັບປຸງແຜນຍຸດທະສາດແຫ່ງຊາດກ່ຽວກັບ AMR ໃນຊຸມປີຕໍ່ໜ້າ. ທ່ານຍັງໄດ້ຍົກໃຫ້ເຫັນບົດຮຽນທີ່ສຳຄັນທີ່ໄດ້ຮັບຈາກການທົບທວນຄືນ, ໂດຍສະເພາະແມ່ນຄວາມສຳຄັນຂອງການຮ່ວມມືຢ່າງໃກ້ຊິດໃນທົ່ວຂະແໜງການທີ່ກ່ຽວຂ້ອງ, ເພື່ອຊີ້ນຳການຈັດຕັ້ງປະຕິບັດໃຫ້ມີປະສິດຕິຜົນໃນຕໍ່ໜ້າ ແລະ ເພື່ອຮັບປະກັນການສະໜັບສະໜູນຂອງຄູ່ຮ່ວມພັດທະນາໃຫ້ສອດຄ່ອງກັບບຸລິມະສິດ AMR ຂອງລັດຖະບານ.

ທ່ານ ດຣ. ທິມໂມຕີ ອາມສະຕຼອງ, ຜູ້ຕາງໜ້າອົງການ WHO ປະຈຳ ສປປ ລາວ, ໄດ້ຮັບຮູ້ເຖິງການນຳພາ ແລະ ຄວາມມຸ່ງໝັ້ນອັນແຮງກ້າຂອງລັດຖະບານໃນການແກ້ໄຂບັນຫາ AMR. ຄຽງຄູ່ກັບການຍົກໃຫ້ເຫັນເຖິງຄວາມຄືບໜ້າທີ່ໄດ້ສ້າງຂຶ້ນ, ທ່ານ ດຣ. ອາມສະຕຼອງ ຍັງໄດ້ເນັ້ນໜັກເຖິງຄວາມສໍາຄັນຂອງຄວາມພະຍາຍາມຮ່ວມກັນໃນທົ່ວທຸກຂະແໜງການທີ່ກ່ຽວຂ້ອງ, ແລະ ຄວາມຈໍາເປັນທີ່ຕ້ອງມີການຈັດຕັ້ງປະຕິບັດທີ່ວ່ອງໄວເພື່ອປະເຊີນໜ້າກັບການເພີ່ມຂຶ້ນຂອງ AMR ທີ່ເປັນຄວາມສ່ຽງດ້ານຄວາມປອດໄພທາງສຸຂະພາບ. ທ່ານ ດຣ. ອາມສະຕຼອງ ຍັງໄດ້ກ່າວວ່າ: “ການສ້າງແຜນຍຸດທະສາດແຫ່ງຊາດກ່ຽວກັບ AMR ສະບັບປັບປຸງນີ້ຈະສ້າງໂອກາດອັນດີໃນການຕົກລົງກັນດ້ານບັນດາບູລິມະສິດທີ່ສໍາຄັນ ແລະ ແນວທາງການແກ້ໄຂຕົວຈິງໃຫ້ແກ່ບັນດາຜູ້ມີສ່ວນຮ່ວມທີ່ສໍາຄັນໃນທົ່ວຂະແໜງການທີ່ກ່ຽວຂ້ອງ, ເຊິ່ງຈະນໍາພາການປະສານງານຕ່າງໆເພື່ອເລັ່ງສ້າງຄວາມກ້າວໜ້າໃນການຕໍ່ສູ້ຕ້ານ AMR.”

ທ່ານ ດຣ. ສຸພັດສັກ ສຸພາຣັດ, ຫົວໜ້າແຜນງານ, ສູນສຸກເສີນເພື່ອຄວບຄຸມພະຍາດລະບາດສັດຂ້າມແດນ (ECTAD) ຂອງອົງການ FAO, ໄດ້ຍົກໃຫ້ເຫັນວ່າ: ເພື່ອຮັບປະກັນໃຫ້ແຜນຍຸດທະສາດແຫ່ງຊາດ ກ່ຽວກັບ AMR ສະບັບປັບປຸງນີ້ ໄດ້ຮັບການຜັນຂະຫຍາຍໃຫ້ສຳເລັດຜົນ, ທຸກພາກສ່ວນກ່ຽວຂ້ອງຕ້ອງໄດ້ຮັບຮູ້ເຖິງພາລະບົດບາດ ແລະ ຄວາມຮັບຜິດຊອບຂອງຕົນເອງຢ່າງຊັດເຈນ ແລະ ລົງມືປະຕິບັດຢ່າງຮອບຄອບ. ການເຊື່ອມໂຍງ, ການປະສານງານ ແລະ ການຮ່ວມມື ໃນທົ່ວຂະແໜງການຍັງຈຳເປັນຕ້ອງໄດ້ເຮັດໃຫ້ເປັນອັນພົ້ນເດັ່ນຂຶ້ນຕື່ມອີກ. ເພື່ອເຮັດໃຫ້ການຮ່ວມມືປະສານງານດຳເນີນໄປດ້ວຍຜົນສຳເລັດ, ທ່ານ ດຣ. ສຸພາຣັດ ຍັງກ່າວວ່າ ພວກເຮົາຕ້ອງໄດ້ພັດທະນາກົນໄກໃຫ້ມີປະສິດທິພາບດີຂຶ້ນກວ່າເກົ່າ ແລະ ນໍາໃຊ້ກົນໄກດັ່ງກ່າວຢ່າງມີປະສິດທິຜົນໃນຕໍ່ໜ້າ ພາຍຫຼັງກອງປະຊຸມທົບທວນປະຈຳປີນີ້.

ພາຍໃຕ້ການຊີ້ນຳຂອງ ກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ, ຕາງໜ້າຈາກຂະແໜງການຕ່າງໆທີ່ກ່ຽວຂ້ອງຈາກພາກລັດໄດ້ເຂົ້າຮ່ວມກອງປະຊຸມທົບທວນປະຈຳປີຄັ້ງນີ້ ເຊິ່ງລວມມີ: ກະຊວງກະສິກຳ ແລະ ປ່າໄມ້, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ກະຊວງປ້ອງກັນຊາດ ແລະ ກະຊວງປ້ອງກັນຄວາມສະຫງົບ. ບັນດາຄູ່ຮ່ວມພັດທະນາ ແລະ ພາກສ່ວນກ່ຽວຂ້ອງທີ່ສຳຄັນທັງໝົດກໍໄດ້ເຂົ້າຮ່ວມໃນງານດັ່ງກ່າວ.

 

#National Antimicrobial Resistance Committee highlights progress in addressing AMR in Lao PDR#

 

Vientiane Province, 03-04 October 2024 – The multi-sectoral National Antimicrobial Resistance (AMR) Committee held a two-day review meeting between 3-4 October 2024 in Vangvieng District, Vientiane Province, with all key stakeholders involved in addressing AMR in Lao PDR. This annual meeting updated on progress made, and agreed next steps to accelerate progress, including updating the National Strategic Plan on AMR for 2025-2030.

Lao PDR has made a great progress in strengthening its national system to address AMR, most prominently by establishing an AMR Committee in 2016. With the support from the World Health Organization (WHO) and the Food and Agriculture Organization of the United Nations (FAO), a series of stakeholder consultation meetings were held, and the National Strategic Plan on AMR in Lao PDR for 2019-2023 was developed and endorsed by Minister of Health and Minister of Agriculture and Forestry.

During this year’s annual meeting, Dr Phonepadith Xangsayarath, the Chair of the National AMR Committee, highlighted the importance of this year’s review, providing a basis for updating the National Strategic Plan on AMR for the coming years. He also highlighted key lessons identified from the review, specifically the importance of close collaboration across relevant sectors, to guide effective implementation in the future and ensure development partners’ support aligns with the government’s AMR priorities.

Dr Timothy Armstrong, WHO Representative to Lao PDR, recognized the government’s strong leadership and commitment to addressing AMR. While highlighting progress made, he also underscored the importance of collective efforts across all the relevant sectors, and the need for rapid action in the face of increasing AMR as a health security risk. Dr Armstrong said: “The development of the updated National Strategic Plan on AMR will provide a great opportunity to agree on a set of key priorities and practical solutions among key stakeholders across relevant sectors, which will guide coordinated actions to accelerate the progress in combating AMR.”

Dr Supatsak Subharat, FAO’s Emergency Centre for Transboundary Animal Diseases (ECTAD) Country Team Leader, highlighted that to ensure the revised National Strategic Plan on AMR be executed successfully, all stakeholders need to enhance their roles and responsibilities to exercise due diligently. The integration, collaboration and synergy across sectors also need to be strongly evidenced. For this to happen, better mechanism needs to be developed and made in place after this year’s annual review meeting, he said.

Led by the Department of Communicable Diseases Control, Ministry of Health, representatives from relevant government sectors took part in this annual review meeting: Ministry of Agriculture and Forestry, Ministry of Natural Resources and Environment, Ministry of National Defense, and Ministry of Public Security. Development partners and all key stakeholders also participated.

**********

Ministry of Health Media Contact Person/s:

Ministry of Agriculture and Forestry Contact Person/s:

FAO Lao PDR Media Contact Person/s:

Bounmee Maokhamphiou, FAO Lao PDR Outreach Specialist, Bounmee.Maokhamphiou@fao.org

Vilaylack Khounvisith, FAO Lao PDR National Communications Consultant, Vilaylack.Khounvisith@fao.org

WHO Media Contact Person/s:

Mr Will Seal, Team Lead Communications/Coordination, sealw@who.int, WhatsApp: +64 21 933 670 (English)

News by: MAF Media Team
####📷📹🎥📽🎞📞☎️📟📠📺📻🎙#####
ທ່ານສາມາດ ຕິດຕາມຂ່າວສານຜ່ານທາງ
#Follow us at: https://web.facebook.com/ຂ່າວສານກະສິກຳປ່າໄມ້-ແລະ-ພັດທະນາ-ຊົນນະບົດ-103875801434608
#SubCribe us at: https://www.youtube.com/channel/UCvv_AnV6UyRl8-yYbptrifg

#Official Website :www.maf.gov.la
#ລາຍການກະສິກຳ ແລະ ປ່າໄມ້

ອອກອາກາດທາງໂທລະພາບແຫ່ງຊາດ ຊ່ອງ 1:

– ວັນພະຫັດ      ພາກຄໍ່າ ເວລາ    17:30-18:00 ໂມງ;

– ວັນສຸກ          ພາກບ່າຍ ເວລາ   14:25-14:55 ໂມງ;

– ວັນອາທິດ      ພາກເຊົ້າ ເວລາ   10:00-10:30 ໂມງ.

ອອກອາກາດທາງໂທລະພາບແຫ່ງຊາດ ຊ່ອງ 3:

– ວັນອາທິດ      ພາກເຊົ້າ ເວລາ   6:30-07:00 ໂມງ;

ພາກບ່າຍ ເວລາ 13:10-13:40 ໂມງ;

ພາກເດິກ ເວລາ  20:45-21:15 ໂມງ

 

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ