ການສ້າງແຜນທີ່ດິນ ສຳລັບ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ກົມຄຸູ້ມຄອງ ແລະ ພັດທະ​ນາທີ່ດິນກະ​ສິກຳ, ກະ​ຊວງກະ​ສິກຳ ແລະ ປ່າໄມ້ ໂດຍຜ່ານໂຄງການສ້າງຄວາມ ເຂັ້ມແຂງລະ​ບົບຕິດຕາມ ແລະ ຂໍ້​ມູນຂ່າວສານອຸ​ຕຸ​ກະ​ເສດ (SAMIS) ເພື່ອ​ປັບປຸງຄວາມ​ສາມາດການປັບໂຕ ຕໍ່ ການປ່ຽນແປງພູມອາກາດ ແລະ ການຄ້ຳປະ​ກັນສະ​ບຽງອາຫານຂອງ ສ​ປ​ປ​ ລາວ ແມ່ນໄດ້ສ້າງແຜນທີ່ຊະ​ນິດດິນ ໂດຍການເກັບຕົວຢ່າງດິນທົ່ວທົ່ວປະ​ເທດ ແລະ ຄົ້ນຄ້​ວາທົບທວ​ນບັນດາຂໍ້​ມູນທີ່ກ່ຽວຂ້ອງ ເຂົ້າໃນການຈັດປະ​ເພດດິນ ຕາມລະ​ບົບມາດຖານປະ​ເພດດິນສ​າ​ກົນ (WRB) ປີ 2014.

ໂດຍທົ່ວໄປແລ້ວການສ້າງແຜນທີ່ດິນ  ແມ່ນຂະບວນການພັນລະນາ ຄຸນລັກສະນະທາງທໍາມະຊາດຂອງດິນ,  ການຈຳແນກ  ແລະ  ການຈັດແບ່ງປະເພດ,  ການຈັດກຸ່ມຂອງດິນ ເຊິ່ງຖືກກຳນົດອອກເປັນຫົວໜ່ວຍແຜນທີ່ ແລະ ການສັງລວມຂໍ້ມູນຄຸນລັກສະນະຂອງດິນ  ເພື່ອການຕີຄວາມໝາຍ  ແລະ  ອະທິບາຍກ່ຽວກັບການກະແຈກກະຈາຍຂອງດິນຢູ່ຕາມແຜນທີ່ໃດໜຶ່ງ.  ເຊິ່ງມັນໄ​ດ້ດຳເນີນການ​ສ້າງມາຈາກ  5 ໄລຍະຂອງໜ້າວຽກຄື:

  1. ວຽກງານການກະກຽມປະກອບມີ: ການຕີຄວາມໝາຍເບື້ອງຕົ້ນ ກ່ຽວກັບຫົວຫນ່ວຍທາງພູມສາດ ໂດຍອະທິບາຍເຖິງພູມສາດ, ການນໍາໃຊ້ທີ່ດິນ, ແຜນທີ່ປົກຫຸ້ມໜ້​າດິນ ແລະ ຂໍ້ມູນຈາກດາວທຽມ;
  2. ວຽກງານພາກສະໜາມ ຫຼື ​ສຳຫຼວດດິນ, ການເກັບຕົວຢ່າງດິນ ແລະ ອະທິບາຍເຖິງຮູບຮ່າງລັກສະນະຂອງດິນ ເຊິ່ງປົກກະຕິມັກຈະຈັດຂື້ນໂດຍກຸ່ມຜູ້ຊ່ຽວຊານ ຫລັງຈາກຂຸດດິນຂຶ້ນມາວິເຄາະ.
  3. ປະຕິບັດການ​ຢູ່ຫ້ອງທົດລອງ ແລະ ການວິເຄາະວິໄຈດິນ, ໂດຍທົ່ວໄປແລ້ວຢ່າງ​ໜ້ອຍ​ຕ້ອງປະກອບມີ​: ການວິເຄາະທາງກາຍະພາບ ແລະ ເຄມີຂອງດິນ;
  4. ການຈັດປະເພດດິນ ​ພ້ອມທັງໃ​ຫ້ນິຍາມຂອງ​ກຸ່ມດິນ ແລະ ຫົວໜ່ວຍດິນ;
  5. ການກະກຽມແຜນທີ່ສຸດ​ທ້າຍ ໂດຍມີການ​ຈໍາແນກປະເພດ ແລະ ການຈັດແ​ບ່ງກຸ່ມ ໂດຍແຍກອອກເປັນຫົວ​ໜ່ວຍແຜນທີ່.

ປົກກະຕິແ​ລ້ວ,  ແຜນທີ່ດິນສວນໃຫ່ຍ ແມ່ນໄ​ດ້ຮັບການຊົມໃຊ້ໂດຍຜູ້ຊ່ຽວຊານ ຂອງກົມປູກຝັງ,  ກົມປ່າໄ​ມ້,  ກົມຊົນລະປະທານ,  ກົມແຜນການ  ແລະ  ການເງິນ, ກົມລ້ຽງສັດ ແລະ ການປະມົງ, ​ກົມນະໂຍບາຍ ແລະ ນິ​ຕິ​ກຳ, ກົມສົ່ງເສີມເຕັກນິກ  ແລະ  ປຸງແຕ່ງ​ກະ​ສິ​ກຳ,  ສະຖາບັນຄົ້ນຄ້ວາກະສິກໍາ, ປ່າໄມ້ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ, ໂດຍສະເພາະສູນສະຖິຕິກະສິກ​ກໍາ, ກະຊວງກະສິ​ກໍາ  ແລະ  ​ປ່າໄ​ມ້. ຕະຫຼອດຮອດກົມທີ່ດິນ, ກະຊວງຊັບພະຍາກອນທໍາມະຊາດ  ແລະ  ສິ່ງແວດລ້ອມ.

ຫ້ອງການກະສິກໍາ ແລະ ປ່າ​ໄມ້​ເມືອງ, ຫ້ອງ​ການ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ແລະ ສິ່ງ​ແວດ​ລ້ອມ​ເມືອງ ແລະ ບັນດາໜ່ວຍງານອື່ນໆທີ່ກ່ຽວຂ້ອງກັບຊາວກະສິກອນ ຕະຫຼອດຮອດສະຖາບັນມະຫາວິທະຍາໄລ  ແລະ  ວິທະຍາໄລຕ່າງ  ເຊິ່ງຄາດວ່າເປັນຜູ້ໄດ້ຮັບຜົນປະໂຫຍດຈາກຂໍ້ມູນ ທີ່ໄດ້ນຳມາສະ​ເໜີໄວ້ໃນແຜນທີ່ດັ່ງກ່າວ  ເພື່ອວັດຖຸປະສົງດ້ານ ການວິໃຈ ແລະ ການສຶກສາ.

ເຖິງຢ່າງໃດກໍ່ດີ,  ນັກສຶກສາ  ຫລື  ຜູ້ຕ​້ອງການໃຊ້ ກໍ່ຍັງສາມາດຮຽນຮູ້ຈາກແຜນທີ່ສະບັບໃໝ່ໄດ້ ເພື່ອປະໂຫຍດໃນການສຶກສາ  ປະເດັນສຳຄັນທີ່ຕ້ອງການຫລາຍທີ່ສຸດ ກ່ຽວກັບຂໍ້ມູນດິນທີ່ມີຄຸນນະພາບ ໄ​ດ້ແກ່ການຄຸ້ມຄອງຄຸນນະພາບນ້ຳ, ການຈັດການປ່າຕົ້ນນ້ຳ (ດິນນາທາມ) ແລະ ການຈໍາແນກດິນ, ການຂື້ນທະບຽນດິນ, ການເຊາະເຈື່ອນ,  ປ່າຜະລິດ, ມົນລະພາວະ, ການປະເມີນ  ແລະ ປົກປັກຮັກສາຊີວະນາໆພັນ.

​        ພ້ອມດຽວກັນນັ້ນ, ແຜນທີ່ດິນແມ່ນນຳໃຊ້ຫຼາຍທີ່ສຸດ ສຳລັບວຽກງານປະ​ມວນຜົນທີ່ດິນ ແລະ ການວາງ ແຜນເຊີງພູມມີສາດ, ແຜນທີ່ນີ້ຈະ​ຖືກນຳໃຊ້ໂດຍກົມຄຸ້ມຄອງ ແລະ ພັດທະ​ນາທີ່ດິນກະ​ສິກຳ. ສຳລັບການຄິດໄລ່ ປະ​ມວນຜົນຄວາມເໜາະສົມ ແລະ ພັນທະ​ພາບຂອງພືດ ໃນມື້​ນີ້ ແລະ ໃນອານາຄົດ. ຂໍ້​ມູນດັ່ງກ່າວນີ້ ແມ່ນຈະ ໄດ້ຕີ​ພິມເຜີຍແຜ່ນຳໃຊ້ ຜ່ານທາງອອນລາຍ ໃນລະ​ບົບຄຸ້ມຄອງຈັດການຂໍ້​ມູນຊັບພະ​ຍາກອນດິນ (LRIMS). https://fb.watch/8MBOFjOV0Q/

 

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ