ກອງປະຊຸມສະພາບໍລິຫານອົງການຄຸ້ມຄອງ ແລະ ປົກປັກຮັກສາແຫຼ່ງນໍ້າ ນໍ້າເທີນ 2

IMG_7909  IMG_7919

             ອີງໃສ່ຂໍ້ຕົກລົງຂອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ວ່າດ້ວຍການອະນຸມັດເປີດກອງປະຊຸມສະພາບໍລິຫານອົງການຄຸ້ມຄອງ ແລະ ປົກປັກຮັກສາແຫຼ່ງນ້ຳເທີນ 2, ສະບັບ​​ເລກທີ 4045/ກປ ລົງ​ວັນ​ທີ 21 ກັນຍາ 2017. ສະນັ້ນ ໃນວັນທີ 26 ກັນຍາ ປີ 2017 ທີ່ຫອ້ງປະຊຸມ ຂອງຫ້ອງການກະຊວງກະສິກຳ ແລະ ປ່າໄມ້ ​ໄດ້ຈັດກອງປະຊຸມສະພາບໍລິຫານອົງການຄຸ້ມຄອງແລະປົກປັກຮັກສາແຫຼ່ງນໍ້ານໍ້າເທີນ 2 ຂຶ້ນ ພາຍໃຕ້ການເປັນປະທານໂດຍທ່ານ ປອ ລຽນ ທີແກ້ວ  ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ນອກ​ນັ້ນ​ຍັງ​ມີ​ ຮອງ​​ເຈົ້າ​ແຂວງ ຄຳ​ມ່ວນ ຮອງ​ເຈົ້າ​ແຂວງ ບໍລິ​ຄຳ​ໄຊ ​ແລະ ບັນດາ​ເມືອງ ທີ່​ນອນ​ໃນ​ພື້ນ​ທີ ອາງ​ໂຕ່ງ​ຂອງ​ນ້ຳ​ເທີນ 2. 

​            ໃນ​ກອງ​ປະຊຸມ​ດັ່ງກ່າວ ທ່ານ ທອງ​ແອັດ ​ໄພ​ວັນ ຮັກສາ​ການ​ຫົວໜ້າກອງ​ເລຂາອົງການຄຸ້ມຄອງແລະປົກປັກຮັກສາແຫຼ່ງນໍ້ານໍ້າເທີນ 2 ​ໄດ້​ລາຍ​ງາຍ ຜົນ​ຂອງ​ການຈັດ​ຕັ້ງ​ປະຕິບັດ​ແຜນການ 5 ປີ ຫຼື​ແຜນ​ດຳ​ເນີນ​ງານ​ຄັ້ງ​ທີ 2 (​ເດືອນ​ຕຸລາ ປີ 2012- ກັນຍາ 2017)  ​ແລະ ​ແຜນການ 5 ປີ 2017-2021 ​ແລະ ວິ​ໄສ​ທັດ​ຮອດ​ປີ 2030, ​ໃນ​ນັ້ນ​ລວມມີ  ປ່າ​ໄມ້ ​ແລະ ລະບົບ​ນິ​ເວດ​ດ້ານ​ພັນ​ພືດ, ພັນ​ສັດ​ປ່າ​ທີ່​ມີ​ຄວາມ​ອຸດົມສົມບູນ ​ແລະ ວັດທະນະທຳ, ຊິວິດ​ການ​ເປັນ​ຢູ່​ຂອງ​ປ​ແຊາ​ຊົນ​ທີ່​ອາ​ໃສ​ຢູ່​ໃນ​ເຂດ​ແຫຼ່ງນ້ຳ​ເທີນ 2 ກາຍ​ເປັນ​ອຸດ​ທິຍານ​ແຫ່ງ​ຊາດ ​ແລະ ມໍລະດົກ​ດ້ານ​ທຳ​ມະ​ຊາດ. ​ເປົ້າໝາຍຂອງ​ແຜນ​ງານ​ດັ່ງ​ກ່າວ ​ເພື່ອ​ເປັນ​ການ​ພື້ນ​ຟູ, ປົກ​ປັກ​ຮັກສາ ​ແລະ ​ເສີມ​ຂະຫຍາຍຊິ​ວະ​ນາໆພັນ, ທີ່ຢູ່​ອາ​ໄສ ​ແລະ ຄຸນຄ່າ​ດ້ານ​ການ​ອະນຸລັກ​ກໍ​ຄື ຄຸນຄ່າ​ດ້ານ​ວັດທະນະທຳ ​ໃນ​ເຂດ​ປ່າ​ສະຫງວນ​ແຫ່ງ​ຊາດ ​ແລະ ທັງ​ເປັນ​ການ​ຮັບ​ປະກັນ​ປະລິມານ​ນ້ຳ​ທີ່​ພຽງພໍ​ໃນ​ລະດັບ​ການ​ຕົກ​ຕະກອນ​ຕໍ່າ​ໄຫຼ​ເຂົ້າ ​ແລະ ​ອອກ​ຈາກ​ອ່າງ​ເກັບ​ນ້ຳ​ນ້ຳເທີນ 2 ທັງ​ເປັນ​ການ​ສ້າງອົງການຄຸ້ມຄອງແລະປົກປັກຮັກສາແຫຼ່ງນໍ້ານໍ້າເທີນ 2 ​ໃຫ້​ເປັນ​ຕົວ​ແບບໜຶ່ງທີ່​ມີ​ປະສິດທິພາບ, ມີ​ການ​ຮ່ວມ​ມື ​ແລະ ການ​ຄຸ້ມ​ຄອງ​ປ່າ​ສະຫງວນ ດ້ວຍ​ຕົນ​ເອງ​ຂອງ​ທ້ອງ​ຖິ່ນ ທີ່​ຕິດ​ພັນ​ກັບ​ວິຖີ​ການ​ດຳລົງ​ຊິວິດ​ຂອງ​ປະ​ຊົນ​ໃຫ້​ຮູ້ຈັກ​ປົກ​ປັກ​ຮັກສາ ​ແລະ ນຳ​ໃຊ້​ຊັບພະຍາກອນ​ທຳ​ມະ​ຊາດ​ໃຫ້​ມີ​ຄວາມ​ຍືນ​ຍົງ ​ແລະ ມີ​ການ​ເພີ່ງ​ພາ​ອາ​ໄສ​ກັນ​ໃນ​ລະບົບນິ​ເວດ ​ໂດຍ​ການ​ໂຄສະນາ​ເຜີຍ​ແຜ່ ​ແລະ ​ໃຫ້​ຄວາມ​ຮູ້​ຕ່າງ​ຕ່າງໆ ​ເພື່​ອເປັນ​ການ​ເພີ່ມ​ທະວິ​ໃນ​ການ​ຄຸ້ມ​ຄອງ​ປ່າ​ສະ ຫງວນຕາມ​ຊາຍ​ແດນ ​ແລະ ການ​ປ້ອງ​ກັນ​ການ​ລັກລອບ​ການ​ລ່າ​ສັດປ່າ ​ແລະ ການ​ຄ້າຂາຍ​ສັດປ່າ​ໃນ​ຂົງ​ເຂດດັ່ງກ່າວ​ອີກ​ດ້ວຍ  ​ເພື່ອ​ເປັນ​ການ​ຄຸ້ມ​ຄອງ​ເຂດ​ແຫຼ່ງນ້ຳ ນ້ຳ​ເທີນ 2​ໃຫ້​ມີ​ຄວາມ​ຍືນ​ຍົງ​ນັ້ນ​ແມ່ນ​ໄດ້​ນຳ​ໃຊ້ ລະບົບ ​ແລະ ຮູບ​ແບບ​ການ​ຄຸ້ມ​ຄອງ​ແບບ​ມີ​ສ່ວນ​ຮ່ວມ​ມີ 3 ໜ້າວຽກຕົ້ນຕໍ່ຄື: ການວາງ​ແຜນ​ນຳ​ໃຊ້​ທີ່​ດີ​ນ ​ແລະ ມອບ​ດິນ​ມອບ​ປ່າແບບມີສ່ວນຮ່ວມ ໂດຍຮູບແບບການວາງແຜນ, ຄຸ້ມຄອງ ແລະ ນຳໃຊ້ຊັບພະຍາກອນທີ່ຍືນຍົງ, ຮັບຮູ້ສິດນຳໃຊ້ ຕາມປະເພນີ ບົນພື້ນຖານກົດລະບຽບຂອງບ້ານ, ຈັດຕັ້ງຄະນະກຳມະ ການພັດທະນາບ້ານເພື່ອການອະນຸລັກ; ການຄຸ້ມຄອງເຂດແຫຼ່ງນ້ຳແບບມີສ່ວນຮ່ວມບ້ານເປັນຜູ້ມີສ່ວນຮວ່ມ ແລະ ຄູ່ຮ່ວມງານຕົນ ຕໍໃນການຄຸ້ມຄອງ, ໃນລະດັບບ້ານໄດ້ຈັດຕັ້ງຄະນະກຳມະການອະນຸລັກບ້ານທັງໃນ ແລະ ນອກເຂດແຫຼ່ງນ້ຳ; ພັດທະນາຊົນນະບົດ ເພື່ອການອະນຸລັກ ເພື່ອເຮັດໃຫ້ໜ້າວຽກດັ່ງກ່າວບັນລຸຜົນໄດ້ຕາມລະດັບຄາດໝາຍນັ້ນກອ່ນອື່ນຕ້ອງໄດ້ໝູນໃຊ້ວຽກງານການໂຄສະ ນາປູກຈິດສຳນຶກເພາະວຽກດັ່ງກ່າວເປັນໂຕຂັບເຂື່ອນໃຫ້ 3 ວຽກງານຕົ້ນຕໍຂ້າງເທີງສຳເລັດຜົນໄດ້.

ນະຄອນຫຼວງວຽງຈັນ, ວັນທີ  26 ກັນຍາ 2017

 ບົດຂ່າວໂດຍ: ຂັນວິຈິດ ມະຫາວັງ

ກວດແກ້ ໂດຍ: ເຂັມ​ພອນ​ ທິພົມມະຈັນ

 

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ