ຂ່າວ

ການນໍາ ກະຊວງກະສິກໍາ ແລະປ່າໄມ້ ເຂົ້າອວຍພອນ ທູດ ສສ ຫວຽດນາມ ເນື່ອງໃນວັນຊາດຄົບຮອບ 71 ປີ

IMG_1923 IMG_1937

ໃນຕອນເຊົ້າຂອງວັນທີ 01 ກັນຍາ 2016 ຜ່ານມາ ທີ່ສໍານັກງານເອກອັກຄະລັກຖະທູດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ປະຈໍາລາວ. ທ່ານ ປະລິນຍາເອກ ລຽນ ທີແກ້ວ ກໍາມະການສູນກາງພັກ ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງກະສິກໍາ ແລະປ່າໄມ້, ​ພ້ອມດ້ວຍຄະນະພັກ,​ ຄະນະນຳກະຊວງ ເຂົ້າອວຍພອນເນື່ອງໃນໂອກາດ ວັນຊາດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຄົບຮອບ 71 ປີ (2 /9 /1945- 2 /9 /2016) ໂດຍການຕ້ອນຮັບຂອງທ່ານ ຫງຽ້ນ ແມ໋ງຮຸ່ງ ທູດໃຫຍ່ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ປະຈໍາລາວ. ຈຸດປະສົງຂອງການເຂົ້າອວຍພອນໃນຄັ້ງນີ້ ເພື່ອສະແດງຄວາມຍິນດີ ຕໍ່ວັນຊາດຂອງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຄົບຮອບ 71 ປີ, ທັງເປັນການຮັດແໜ້ນສາຍພົວພັນແບບພິເສດ, ການຮ່ວມມືຮອບດ້ານ ລະຫວ່າງ 2 ປະເທດອ້າຍນ້ອງລາວ-ຫວຽດນາມ ໃຫ້ມີຄວາມແໜ້ນແຟ້ນຍິ່ງໆຂື້ນກວ່າເກົ່າ. ນອກນີ້, ທ່ານ ເອກອັກຄະລັກທະທູດ ຍັງໄດ້ລາຍງານກ່ຽວກັບວຽກງານການຮ່ວມມືໃນໄລຍະຜ່ານມານໍາອີກ.

Continue reading

ພິທີເປີດຂະບວນການແຂ່ງຂັນກິລາ 4 ບຸກຂອງ ຊປປລ ກະຊວງກະສິກໍາ ແລະປ່າໄມ້

IMG_8937 IMG_8912

ໃນວັນທີ 19 ສິງຫາ 2016 ທີ່ຜ່ານມາ,ໄດ້ມີພິທີເປີດຂະບວນການແຂ່ງຂັນກິລາ 4 ບຸກຂອງຄະນະບໍລິຫານງານ ຊາວໜຸ່ມປະຊາຊົນປະຕິວັດລາວກະຊວງກະສິກໍາ ແລະປ່າໄມ້ ຂື້ນທີ່ສະໜາມກິລາ ສະຖາບັນຄົ້ນຄວ້າກະສິກໍາ ແລະປ່າໄມ້ ແຫ່ງຊາດ. ໃຫ້ກຽດເປັນປະທານໂດຍ ທ່ານ ປະລິນຍາເອກ ລຽນ ທີແກ້ວ ກຳມະການສູນກາງພັກ ເລຂາຄະນະພັກກະຊວງ  ລັດຖະມົນຕີກະຊວງກະສິກໍາ ແລະປ່າໄມ້, ທ່ານ ປະລິນຍາເອກ ສໍາລານ ພັນຄະວົງ ຄະນະເລຂາທິການ ສູນກາງ ຊາວໜຸ່ມປະຊາຊົນປະຕິວັດລາວ, ທ່ານ ທອງພັດ ວົງມະນີ ຮອງເລຂາຄະນະພັກ ກະຊວງກະສິກໍາ ແລະປ່າໄມ້,ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນ. ພ້ອມນີ້, ມີບັນດາຮອງລັດຖະມົນຕີກະຊວງກະສິກໍາ ແລະປ່າໄມ້, ເລຂາຊາວໜຸ່ມບັນດາກະຊວງອ້ອມຂ້າງ, ຄະນະນໍາຫ້ອງການ, ກົມ, ສະຖາບັນ, ສູນ, ໂຮງຮຽນ ພ້ອມດ້ວຍສະມາຊິກຊາວໜຸ່ມທົ່ວກະຊວງ ເຂົ້າຮ່ວມຢ່າງພ້ອມພຽງ.

Continue reading

ພິທີມອບ-ຮັບໃບຍ້ອງຍໍ ໃຫ້ແກ່ກົມກອງລວມໝູ່ ແລະບຸກຄົນດີເດັ່ນ

IMG_1518 IMG_1501

ໃນຕອນເຊົ້າຂອງວັນທີ 19 ສິງຫາ 2016 ທີ່ຜ່ານມາ, ແຜນງານພັດທະນາເຂດເນີນສູງພາກເໜືອ (NUDP) ໄດ້ຈັດພິທີມອບ-ຮັບໃບຍ້ອງຍໍ ໃຫ້ແກ່ກົມກອງລວມໝູ່ ແລະບຸກຄົນທີ່ດີເດັ່ນ ໃນການຈັດຕັ້ງປະຕິບັດວຽກງານແຜນງານໃນໄລຍະ 05 ປີ (2011-2016) ທີ່ຜ່ານມາ. ໃຫ້ກຽດເປັນປະທານໂດຍ ທ່ານ ປະລິຍາເອກ ພວງ ປາຣິສັກ ປຣະວົງວຽງຄໍາ ຮອງລັດຖະມົນຕີ ກະຊວງກະສິກໍາ ແລະປ່າໄມ້, ທ່ານ ນ. ທິດພະກອນ ຈັນທະວົງສາ ຮອງລັດຖະມົນຕີ ກະຊວງການເງິນ. ພ້ອມນີ້ມີ ຮອງຫວົໜ້າຫ້ອງການກະຊວງ, ຫົວໜ້າກົມ-ຮອງກົມ, ຫ້ອງການກະສິກໍາ ແລະປ່າໄມ້ເມືອງ  ແລະສູນບໍລິການເຕັກນິກກະສິກໍາ ເມືອງ 03 ແຂວງພາກເໜືອ ເຂົ້າຮ່ວມ.

Continue reading

ມອບ-ຮັບໜ້າວຽກການຄຸ້ມຄອງ

14054107_538443893026062_7806769792158353291_n

ວັນທີ 19 ສິງຫາ 2016 ທີ່ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (ກຊສ) ໄດ້ມີພິທີມອບ-ຮັບກົມຄຸ້ມຄອງຊັບພະຍາກອນປ່າໄມ້ ໃຫ້ໄປຂຶ້ນກັບກະຊວງກະສິກຳ ແລະ ປ່າໄມ້ ແລະ ກົມທໍລະນີສາດ-ແຮ່ທາດ ໃຫ້ໄປຂຶ້ນກັບກະຊວງພະລັງງານ ແລະ ບໍ່ແຮ່ ຮ່ວມລົງນາມໂດຍມີທ່ານ ສົມມາດ ພົນເສນາ ລັດຖະມົນຕີ ກຊສ ທ່ານ ລຽນ ທິແກ້ວ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ມີທ່ານ ຄຳມູນ ວິວົງໄຊ ຮອງລັດຖະມົນຕີກະຊວງພາຍໃນ ພ້ອມດ້ວຍຄະນະພັກ ຄະນະນຳກະຊວງ ຫ້ອງການ ກົມ ກອງ ສະຖາບັນ ສູນ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມ.

ທັງນີ້ກໍ່ເພື່ອແນໃສ່ການປັບປຸງກົງຈັກການຈັດຕັ້ງ ໃຫ້ມີຄວາມສອດຄ່ອງແທດເໝາະກັບສະພາບຕົວຈິງໃນປັດຈຸບັນ ໂດຍສະເພາະແມ່ນ ການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ເຊິ່ງໄລຍະຜ່ານມາ ບັນດາກົມດັ່ງກ່າວ ກໍ່ໄດ້ເອົາໃຈໃສ່ປະຕິບັດການເຄື່ອນໄຫວວຽກງານຂອງຕົນ ຢ່າງມີຄວາມເຂັ້ມແຂງ ແລະ ຜົນສຳເລັດຫຼາຍດ້າ

ຂ່າວຈາກ: ຂ່າວສານປະເທດລາວ

ສປປ ລາວເປີດໂຮງງານປຸງແຕ່ງຄຸນນະພາບຊີ້ນແຫ່ງທໍາອິດ

13322070_511595692377549_2985278765335611175_n13393929_511595695710882_8095198020745013181_n

ສປປ ລາວເປີດໂຮງງານປຸງແຕ່ງຄຸນນະພາບຊີ້ນແຫ່ງທໍາອິດຫວັງຫລຸດຜ່ອນການນໍາເຂົ້າ ແລະ ຮັບປະກັນເຮັດໃຫ້ຄົນລາວໄດ້ຮັບປະທານອາຫານມີຄຸນນະພາບຄືກັບເອີລົບ ແລະ ອາເມລິກາເປີດໂຮງງານປຸງແຕ່ງຊີ້ນສົດລາວແຫ່ງທໍາອິດໃນ ສປປ ລາວຕັ້ງເປົ້າເບື້ອງຕົ້ນສະໜອງພາຍໃນ ແລະ ຫລຸດຜ່ອນການນໍ້າເຂົ້າຜະລິດຕະພັນຊີ້ນສໍາເລັດຮູບຈາກຕ່າງປະເທດ ຂະນະທີ່ ທ່ານ ໄຊພອນ ພຸດທະວົງ ປະທານບໍລິສັດເອັກພີການຄ້າລາວ-ຈີນຢືນຢັນວ່າ: ຈະນໍາໃຊ້ວັດຖຸດິບພາຍໃນ 100% ປ້ອນໂຮງງານແຫ່ງນີ້ເພື່ອສ້າງໂອກາດເຮັດໃຫ້ປະຊາຊົນມີລາຍຮັບ ແລະ ກະຈາຍຄວາມຮູ້ຢ່າງທົ່ວເຖິງ.

ພິທີເປີດເປີດໂຮງງານປຸງແຕ່ງຊີ້ນສົດລາວໄດ້ມີຂຶ້ນໃນວັນທີ 7 ມິຖຸນາ 2016 ທີ່ເຂດນໍ້າຊວງ ເມືອງນາຊາຍທອງ ນະຄອນຫລວງວຽງຈັນໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ລຽນ ທິແກ້ວ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້, ທ່ານ ຊີຢາຣໂຕ ເປແຕຣ ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຄ້າຂອງປະເທດຮົງກາລີ ແລະ ເຈົ້າໜ້າທີ່ກ່ຽວຂ້ອງ.

Continue reading

ພິທີມອບຮັບໜ້າທີ່ ລະຫວ່າງ ລັດຖະມົນຕີກະຊວງກະສິກຳແລະປ່າໄມ້ ຜູ້ເກົ່າ ແລະ ຜູ້ໃໝ່

20160427_120160427_3

ອີງຕາມມະຕິກອງປະຊຸມ ຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ VIII, ອີງຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໃນໄລຍະໃໝ່. ດັ່ງນັ້ນ, ໃນຕອນບ່າຍຂອງວັນທີ 27 ເມສາ 2016 ທີ່ກະຊວງກະສິກຳ ແລະ ປ່າໄມ້ ຈຶ່ງໄດ້ຈັດພິທີມອບ-ຮັບ ໜ້າທີ່ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ຂຶ້ນ ລະຫວ່າງ ທ່ານ ລຽນ ທິແກ້ວ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ຜູ້ໃໝ່ ແລະ ທ່ານ ເພັດ ພົມພິພັກ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ຜູ້ເກົ່າ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ພ້ອມນີ້ ກໍ່ມີຜູ້ຕາງໜ້າຈາກສູນກາງພັກ, ອະດີດການນຳຂອງກະຊວງກະສິກຳ ແລະ ປ່າໄມ້, ບັນດາຮອງລັດຖະມົນຕີ, ຄະນະນຳ ແລະ ພະນັກງານຫຼັກແຫຼ່ງພາຍໃນຂະແໜງກະສິກຳ ແລະ ປ່າໄມ້ ເຂົ້າຮ່ວມ.
ໃນພິທີ, ທ່ານ ທອງລຸນ ສີສຸລິດ ກໍ່ໄດ້ໃຫ້ກຽດມີຄຳເຫັນ ແລະ ໂອ້ລົມ ຕໍ່ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ຜູ້ເກົ່າ ແລະ ຜູ້ໃໝ່ ກໍ່ຄືພະນັກງານພາຍໃນຂະແໜງກະສິກຳ ແລະ ປ່າໄມ້ ທຸກຄົນ ເຊິ່ງທ່ານໄດ້ສະແດງຄວາມຊົມເຊີຍຕໍ່ໝາກຜົນຂອງຂະແໜງການດັ່ງກ່າວ ທີ່ມີຄວາມເຕີບໃຫຍ່ຂະຫຍາຍຕົວ ຢ່າງຫຼວງຫຼາຍ ໃນໄລຍະຫຼາຍສິບປີທີ່ຜ່ານມາ ໂດຍສະເພາະໃນຫຼາຍໂຄງການ ບູລິມະສິດຂອງໂຄງການ ທີ່ໄດ້ປະກອບສ່ວນອັນສຳຄັນ ເຂົ້າໃນການບັນລຸສະຫັດສະຫວັດດ້ານການພັດທະນາ(MDGs) ແລະ ການແກ້ໄຂຄວາມທຸກຍາກຂອງພໍ່ແມ່ປະຊາຊົນບັນດາເຜົ່າ. Continue reading

ພິທີມອບ-ຮັບ ເອກະສານນິຕິກໍາ ໃນການສ້າງຕັ້ງສະຫະກອນຜະລິດກະສິກໍາ

IMG_5159IMG_5121

ໃນຕອນເຊົ້າຂອງວັນທີ 22 ມີນາ 2016 ທີ່ຫ້ອງປະຊຸມຫ້ອງການກະຊວງກະສິກໍາ ແລະປ່າໄມ້ ໄດ້ຈັດພິທີມອບ-ຮັບເອກະສານນິຕິກໍາ ໃນການສ້າງຕັ້ງສະຫະກອນຜະລິດກະສິກໍາ ໃຫ້ກຽດເຂົ້າຮ່ວມໂດຍທ່ານ ຄໍາບຸນນັດ ໄຊຍະນົນ ຮອງລັດຖະມົນຕີກະຊວງກະສິກໍາ ແລະປ່າໄມ້, ທ່ານ ມິເຈວ ກາສ ເອກອັກຄະລັດຖະທູດ ແຫ່ງປະເທດເຢຍລະມັນ. ມີບັນດາກົມ, ຫ້ອງການ ອ້ອມຂ້າງກະຊວງ, ອົງການສະຫະພັນສະຫະກອນ ແລະໄຣໄຟເຊີນ ແຫ່ງເຢຍລະມັນ ປະຈໍາລາວ ເຂົ້າຮ່ວມຢ່າງພ້ອມພຽງ.

ເພື່ອຜັນຂະຫຽາຍເນື້ອໃນຈິດໃຈດໍາລັດ ເລກທີ 136/ນຍ, ລົງວັນທີ, 5/3/2010 ວ່າດ້ວຍສະຫະກອນ, ຂໍ້ຕົກລົງຂອງລັດຖະມົນຕີ ວ່າດ້ວຍການສ້າງຕັ້ງ ແລະຄຸ້ມຄອງກຸ່ມຜູ້ຜະລິດກະສິກໍາສະບັບເລກທີ 2984/ກປ,ລົງວັນທີ 25/9/2014. ໄລຍະທີ 1 ກົມສົ່ງເສີມກະສິກໍາ ແລະສະຫະກອນ ຮ່ວມກັບອົງການສະຫະພັນສະຫະກອນເຍັຽລະມັນໄດ້ຈັດຕັ້ງປະຕິບັດໂຄງການພັດທະນາສະຫະກອນຢູ່ ສປປ ລາວ ມາແລ້ວ 4 ປີ. ໃນໄລຍະທີ 2 ຂອງໂຄງການ, ທັງສອງຝ່າຍໄດ້ປະກອບສ່ວນສ້າງນິຕິກໍາອັນຈໍາເປັນ ເພື່ອເປັນບ່ອນອີງໃຫ້ແກ່ການສ້າງຕັ້ງ, ຄຸ້ມຄອງ ແລະບໍລິຫານສະຫະກອນການຜະລິດກະສິກໍາ. ເອກະສານທີ່ນໍາມາມອບໃນຄັ້ງນີ້, ໄດ້ຮັບການຮຽບຮຽງເປັນພາສາອັງກິດ ແລະ ພາສາລາວມີທັງໝົດ 13.800 ຫົວ ແລະ ໄດ້ແຈກຢາຍໄປແລ້ວ 2.600 ຫົວໃຫ້ແກ່ພະນັກງານວິຊາການກ່ຽວຂ້ອງໃນຂອບເຂດທົ່ວປະເທດ. ສໍາລັບການຈັດພີມປຶ້ມດັ່ງກ່າວໃນຄັ້ງນີ້ໄດ້ຮັບການສະໜັບສະໜູນຈາກ ອົງການສະຫະພັນສະຫະກອນ ແລະໄຣໄຟເຊີນແຫ່ງເຢຍລະມັນ ປະຈໍາລາວ.ໃຫ້ກຽດມອບເອກະສານນິຕິກໍາໃນຄັ້ງນີ້ໂດຍທ່ານ ໂຮນເກີ ກຼາດ ຫົວໜ້າອົງການສະຫະພັນສະຫະກອນ ແລະໄຣໄຟເຊີນແຫ່ງເຢຍລະມັນ ປະຈໍາລາວ  ແລະໃຫ້ກຽດຮັບໂດຍທ່ານ ຄໍາບຸນນັດ ໄຊຍະນົນ ຮອງລັດຖະມົນກະຊວງກະສິກໍາ ແລະປ່າໄມ້. ໂດຍຊ່ອງໜ້າບັນດາຜູ້ຕ່າງໜ້າຈາກກົມ, ສະຖາບັນ, ຫ້ອງການ ແລະວິຊາການທີ່ກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີພິຍານ.

ຂ່າວໂດຍ: ສອນເພັດ ສຸລິພອນ

ກວດແກ້ໂດຍ:​ ທ່ານ ເຂັມພອນ ທິພົມມະຈັນ

ທ່ານ ລັດຖະມົນຕີ ກະຊວງກະສິກໍາ ແລະປ່າໄມ້ ຕ້ອນຮັບເອກອັກຄະລັກຖະທູດ ອິນເດຍ ແລະຍີ່ປຸ່ນ ປະຈໍາລາວ

IMG_6813 IMG_6828

ໃນຕອນເຊົ້າວັນທີ 18 ມີນາ 2016 ທີ່ຫ້ອງຮັບແຂກ ກະຊວງກະສິກໍາ ແລະປ່າໄມ້ ທ່ານ ດຣ. ເພັດ ພົມພີພັກ ລັດຖະມົນຕີ ກະຊວງກະສິກໍາ ແລະປ່າໄມ້ ໄດ້ຕ້ອນຮັບການເຂົ້າຢ້ຽມຢາມຂອງທ່ານ ລາວີ ຊັງກາ ໄອໂຊລາ ເອກອັກຄະລັກຖະທູດອິນເດຍ ປະຈໍາລາວໂດຍມີທ່ານຫ້ອງໜ້າຫ້ອງການ, ຫົວໜ້າກົມ-ຮອງກົມ ເຂົ້າຮ່ວມ.

ຈຸດປະສົງການເຂົ້າຢ້ຽມຢາມໃນຄັ້ງນີ້, ເພື່ອອວຍພອນບັນດາການນໍາກະຊວງກະສິກຳ ແລະປ່າໄມ້ ເນື່ອງໃນໂອກາດຕ້ອນຮັບວັນປີໃໝ່ລາວທີ່ຈະມາເຖິງ, ທັງປຶກສາຫາລືກ່ຽວກັບຂົງເຂດວຽກງານການຮ່ວມມື ຂອງສອງປະເທດໃນໄລຍະຜ່ານມາເວົ້າລວມ,ເວົ້າສະເພາະແມ່ນການຮ່ວມມືດ້ານຂະແໜງກະສິກໍາ ແລະປ່າໄມ້ເຫັນໄດ້ວ່ານັກທຸລະກິດຈາກປະເທດອິນເດຍ ໄດ້ເຫັນຄວາມສຳຄັນການເຂົ້າມາລົງທຶນໃນ ສປປ ລາວ ເປັນຕົ້ນແມ່ນ: ບໍລິສັດ ປູກໄມ້ເກດສະໜາ, ໂຄງການຄຸ້ມຄອງລະບົບຊົນລະປະທານຕ່າງໆ ທີ່ໄດ້ຈັັດຕັ້ງປະຕິບັດຜ່ານມາ ເຫັນໄດ້ວ່າການຮ່ວມມືລະຫວ່າງລາວ-ອິນເດຍ ມີບາດກ້າວຂະຫຍາຍຕົວ.

Continue reading

ທົ່ວປະເທດ ຄັດເລືອກໄດ້ 413 ຄອບຄົວ ເປັນຕົວແບບດ້ານກະສິກຳ ແລະ ປ່າໄມ້

IMG_6229IMG_6294

ຜ່ານການເຮັດທົດລອງວຽກງານ 3 ສ້າງຂອງ ຂະແໜງກະສິກຳ ແລະ ປ່າໄມ້ ສາມາດສ້າງຄອບຄົວຕົວແບບ ດ້ານກະສິກຳ ທັງໝົດ 413 ຄອບຄົວ, ໃນນັ້ນດ້ານການປູກຝັງມີ 182 ຄອບຄົວ, ລ້ຽງສັດ ມີ 132 ຄອບຄົວ ແລະ ຜະລິດກະສິກຳແບບປະສົມປະສານ ທັງປູກທັງລ້ຽງ 99 ຄອບຄົວ.

ກອງປະຊຸມສະຫຼຸຸບການເຂົ້າຮ່ວມ ຂະບວນການແຂ່ງຂັນຮັກຊາດ ແລະ ການພັດທະນາ ຕິດພັນກັບວຽກງານ 3 ສ້າງ 2012-2015 ແລະ ທິດທາງແຜນການ 2016-2020 ຂອງ ຂະແໜງການກະສິກຳ ແລະ ປ່າໄມ້ ແລະ ຍ້ອງຍໍຜົນງານປະຈຳປີ 2015 ໄດ້ຈັດຂຶ້ນໃນວັນທີ 2 ມີນານີ້ ທີ່ກະຊວງດັ່ງກ່າວ ໂດຍການເປັນປະທານຂອງ ທ່ານ ດຣ. ເພັດ ພົມພິພັກ ລັດຖະມົນຕີວ່າການ ກະຊວງກະສິກຳ ແລະ ປ່າໄມ້, ມີບັນດາລັດຖະມົນຕີຊ່ວຍວ່າການ, ຫົວໜ້າກົມ-ຮອງກົມ ພ້ອມດ້ວຍພະນັກງານວິຊາການເຂົ້າຮ່ວມ.

Continue reading

ກະຊວງກະສິກຳແລະປ່າໄມ້ ຈັດພິທີເຜີຍແຜ່ເອກະສານເພື່ອກະກຽມໃນການເລືອກຕັ້ງ

12744737_10153883187375758_859678379497184692_n 12767427

ໃນວັນທີ 25 ກຸມພາ ທີສະໂມສອນ ສະຖາບັນຄົ້ນຄວ້າກະສິກຳແລະປ່າໄມ້ແຫ່ງຊາດໄດ້ມີການຈັດພິທີໃນການເຜີຍແຜ່ເອກະສານໃນການກະກຽມໃນການເລືອກຕັ້ງສະມາຊິກສະພາແຫ່ງຊາດແລະສະມາຊິກສະພາແຂວງ, ນະຄອນຫລວງຂຶ້ນ ໂດຍການເປັນປະທານ ຂອງທ່ານ ທອງພັດ ວົງມະນີ ລັດຖະມົນຕິຊ່ວຍວ່າການ ຊຶ່ງໃຊ້ເວລາ 1 ວັນ ໂດຍມີຜູ້ເຂົ້າຮ່ວມ ກວ່າ300 ທ່ານ. ເພື່ອເປັນການຮັບປະກັນໃນການເຂົ້າຮ່ວມເພື່ອໄປໃຊ້ສິດໃນການເລືອກຕັ້ງແລະເຮັດໃຫ້ບັນຍາກາດໃນການເລືອກຕັ້ງໃນຄັ້ງນີິ້ເຕັມໄປດ້ວຍບັນຍາການອັນຟົດຟື້ນ ປານປາງບຸນໃຫຍ່ຂອງຊາດແລະເຮັດໃຫ້ຜົນສຳເລັດຂອງການເລືອກຕັ້ງເປັນໄປຕາມແຜນການວາງໄວ້ ທ່ານປະທານຍັງໄດ້ໃຫ້ ພະນັກງານທຸກຄົນຈົງເອົາໃຈໃສ່ແລະຕັ້ງໜ້າໃນການອອກໄປໃຊ້ສິດຂອງຕົນໃນການເລືອກຕັ້ງຄັ້ງນີ້ແລະໃຫ້ປະຕິບັດຕາມລະບຽບຫລັກການຂອງການເລືອກຕັ້ງໃຫ້ເຂັ້ມງວດເຮັດໃຫ້ການເລືອກຕັ້ງຄັ້ງນີ້ມີຜົນສຳເລັດທຸກດ້ານຮ້ອຍເປີເຊັນ.

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ